ແອັບ Maxim: ຊ່ວຍແກ້ໄຂບັນຫາການເດິີນທາງຂອງທ່ານດ້ວຍບໍລິການທີ່ຄຸ້ມຄ່າ ແລະ ເຊື່ອຖືໄດ້

ແອັບ Maxim: ຊ່ວຍແກ້ໄຂບັນຫາການເດິີນທາງຂອງທ່ານດ້ວຍບໍລິການທີ່ຄຸ້ມຄ່າ ແລະ ເຊື່ອຖືໄດ້

ປັດຈຸບັນນີ້ຢູ່ໃນຍຸກທີ່ໂລກມີການປ່ຽນແປງຢ່າງວ່ອງໄວ, ການຊອກຫາການຂົນສົ່ງໂດຍສານທີ່ຄຸ້ມຄ້າແລະ ເຊື່ອຖືໄດ້ແມ່ນຫາໄດ້ຍາກຫຼາຍ. ຈາກບັນຫາດັ່ງກ່າວຈຶ່ງເປັນທີ່ມາຂອງແອັບ Maxim ບໍ່ວ່າທ່ານຈະເດີນທາງໄປບ່ອນເຮັດວຽກ, ອອກໄປເຮັດກິດຈະກຳຕ່າງໆ ຫຼື ຈັດສົ່ງສິນຄ້າ. Maxim ໃຫ້ບໍລິການລົດໂດຍສານ ແລະ ການຈັດສົ່ງສິນຄ້າໃນລາຄາທີ່ປະຢັດກວ່າ. ມາເບິ່ງກັນວ່າແອັບນີ້ສາມາດເຮັດໃຫ້ຊີວິດປະຈຳວັນຂອງທ່ານງ່າຍຂຶ້ນໄດ້ແນວໃດ.

ເປັນຫຍັງຕ້ອງເລືອກ Maxim?

Maxim ບໍ່ແມ່ນແອັບເອີ້ນລົດແບບທຳມະດາທົ່ວໄປ ແຕ່ມັນຖືກອອກແບບມາໂດຍການຄຳນຶງເຖິງຄວາມສະດວກສະບາຍທ່ານ ແລະ ລາຄາທີ່ສົມເຫດສົມ. ເຫຼົ່ານີ້ແມ່ນເຫດຜົນທີ່ຜູ້ໃຊ້ຮັກ Maxim.

  1. 1. ລາຄາບໍ່ແພງ
    ບອກລາຄ່າໂດຍສານທີ່ແພງເກີນຄວາມເປັນຈິງ! Maxim ສະໜອງລາຄາທີ່ໂປ່ງໃສ ທ່ານຈະຮູ້ເຖິງລາຄາທີ່ຕ້ອງຈ່າຍ.
  2. 2. ການບໍລິການທີ່ກວ້າງຂວາງ
    ບໍ່ວ່າທ່ານຈະຢູ່ໃນຕົວເມືອງທີ່ວຸ້ນວາຍ ຫຼື ເຂດທີ່ງຽບສະຫງົບ, Maxim ຮັບປະກັນຄວາມຄຸ້ມຄ່າກັບທຸກບ່ອນທີ່ທ່ານຕ້ອງການ.
  3. 3. ມີການບໍລິການຫຼາຍປະເພດ
    ນອກຈາກການຮັບສົ່ງຜູ້ໂດຍສານແລ້ວ, Maxim ຍັງໃຫ້ບໍລິການຈັດສົ່ງສິນຄ້າ ຮັບປະກັນການສິ່ງຂອງຂອງທ່ານຈະໄປເຖິງຈຸດໝາຍປາຍທາງຢ່າງໄວວາ ແລະ ປອດໄພ.
  4. 4. ແອັບທີ່ໃຊ້ງານງ່າຍ
    ດ້ວຍລະບົບທີ່ທັນສະໄໝ, ເອີ້ນລົດ ຫຼື ຈັດສົ່ງສິນຄ້າພຽງແຕ່ແຕະໜ້າຈໍສອງສາມຄັ້ງ.

ວິທີການໃຊ້ແອັບ Maxim

ເລີ່ມໃຊ້ງານ Maxim ໄດ້ໄວ ແລະ ບໍ່ຫຍຸ້ງຍາກ ປະຕິບັດຕາມຂັ້ນຕອນເຫຼົ່ານີ້

  1. 1. ໂຫຼດແອັບ
    ດາວໂຫຼດແອັບ Maxim ໄດ້ທີ່ Google Play ແລະ App Store ພຽງຄົນຫາ "Maxim app" ແລ້ວຕິດຕັ້ງເທິງມືຖືຂອງທ່ານ.
  2. 2. ລົງທະບຽນ ຫຼື ເຂົ້າສູ່ລະບົບ
    ສ້າງບັນຊີດ້ວຍອີເມລ ຫຼື ເບີໂທລະສັບຂອງທ່ານ ຫຼື ເຂົ້າສູ່ລະບົບ ຖ້າທ່ານມີບັນຊີຜູ້ໃຊ້ແລ້ວ.
  3. 3. ຈອງການເດີນທາງ ຫຼື ການຈັດສົ່ງຂອງທ່ານ
    • ລະບຸຈຸດຮັບ ແລະ ຈຸດໝາຍປາຍທາງຂອງທ່ານ.
    • ເລືອກປະເພດຂອງການບໍລິການທີ່ທ່ານຕ້ອງການ.
    • ຢືນຢັນການຈອງ ແລ້ວລໍຖ້າຄົນຂັບລົດ ຫຼື ຜູ້ຈັດສົ່ງຂອງທ່ານ.
  4. 4. ຕິດຕາມການເດີນທາງ
    ຕິດຕາມໄດ້ຕະຫຼອດເວລາໝັ້ນໃຈໄດ້ວ່າທ່ານຈະຮັບຮູ້ທຸກເສັ້ນທາງຂອງການເດີນທາງ.
  5. 5. ໃຫ້ຄະແນນກ່ຽວກັບການເດີນທາງຂອງທ່ານ
    ຫຼັງຈາກການເດີນທາງຂອງທ່ານກະລຸນາສະແດງຄໍາຄິດເຫັນເພື່ອຊ່ວຍພວກເຮົາປັບປຸງ!

ທ່ານສາມາດດາວໂຫຼດແອັບໄດ້ທີ່ນີ້:

IOS: https://shorturl.at/g8bu8

Android: https://shorturl.at/7pa7Q