
Maxim ເຂົ້າສູ່ຕະຫຼາດການຂົນສົ່ງໂດຍສານໃນປະເທດລາວດ້ວຍຄ່າໂດຍສານເລີ່ມຕົ້ນທີ່ 10000 ກີບ
Maxim ການບໍລິການຂົນສົ່ງໂດຍສານ ແລະ ຈັດສົ່ງສິນຄ້າທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນລາວແລ້ວ. ການດຳເນີນການຄັ້ງນີ້ກໍເພື່ອແນໃສ່ການຍົກລະດັບພື້ນຖານໂຄງລ່າງການຄົມມະນາຄົມຂົນສົ່ງພາຍໃນຕົວເມືອງ, ເພີ່ມທະວີການເຄື່ອນໄຫວຂອງທັງຜູ້ຢູ່ອາໄສ ແລະ ນັກທ່ອງທ່ຽວ ໂດຍສະເໜີທາງເລືອກໃນການເດີນທາງດ້ວຍລາຄາທີ່ຈັບຕ້ອງໄດ້. ໂດຍປະຈຸບັນການບໍລິການດັ່ງກ່າວນີ້ມີໃຫ້ບໍລິການຢູ່ໃນຫຼາຍເມືອງທີ່ສຳຄັນເຊັ່ນ: ສະຫວັນນະເຂດ, ຈໍາປາສັກ, ຫຼວງພະບາງ, ບໍລິຄຳໄຊ, ຄຳມ່ວນ ແລະ ວັງວຽງ.
Maxim ສະເໜີທາງເລືອກການຂົນສົ່ງໂດຍສານຫຼາຍຮູບແບບໃນລາຄາທີ່ຈັບຕ້ອງໄດ້ເພື່ອຕອບສະໜອງຕໍ່ປະຊາກອນທີ່ຫຼາກຫຼາຍ. ຕົວເລືອກການບໍລິການດ້ວຍລົດໃຫຍ່ທີ່ມອບໃຫ້ຄວາມສະດວກສະບາຍໃນການເດີນທາງ, ໂດຍມີລາຄາເລີ່ມຕົ້ນທີ່ 15000 ກີບ. ສຳຫຼັບອີກທາງເລືອກໜຶ່ງທີ່ວ່ອງໄວ ແລະ ປະຢັດ ກໍຄືຕົວເລືອກການບໍລິການດ້ວຍລົດຈັກໃນລາຄາເລີ່ມຕົ້ນທີ່ 10000 ກີບ. ສ່ວນລົດຕຸກຕຸກເຊິ່ງເປັນພາຫະນະແບບດັ້ງເດີມທີ່ນິຍົມໃຊ້ໃນເຂດຕົວເມືອງແມ່ນມີລາຄາເລີ່ມຕົ້ນທີ່ 12000 ກີບ. ນອກຈາກນີ້, Maxim ຍັງໃຫ້ບໍລິການການຈັດສົ່ງວັດສະດຸຂະໜາດນ້ອຍທີ່ວ່ອງໄວ ແລະ ປະຢັດ ໂດຍເລີ່ມຕົ້ນທີ່ 10000 ກີບ, ໃນຂະນະທີ່ຕົວເລືອກໃນການຈັດສົ່ງດ້ວຍລົດໃຫຍ່ທີ່ເໝາະສົມກັບວັດສະດຸຂະໜາດໃຫຍ່ແມ່ນມີລາຄາເລີ່ມຕົ້ນທີ່ 15000 ກີບ.
ເຕັກໂນໂລຊີຂອງ Maxim ຊ່ວຍເພີ່ມຄວາມປອດໄພໃຫ້ແກ່ຜູ້ເດີນທາງ. ແອັບພລິເຄຊັນໄດ້ໃຫ້ຂໍ້ມູນທີ່ຈຳເປັນກ່ຽວກັບຄົນຂັບ ແລະ ພາຫະນະເຊິ່ງລວມທັງຊື່ຂອງຄົນຂັບ, ຍີ່ຫໍ້ລົດ ແລະ ໝາຍເລກທະບຽນລົດທີ່ຊ່ວຍໃຫ້ຜູ້ໃຊ້ຮັບຮູ້ໄດ້ວ່າໃຜເປັນຜູ້ດຳເນີນການຄຳຂໍການເດີນທາງຂອງເຂົາເຈົ້າ. ຜູ້ໃຊ້ຍັງສາມາດຕິດຕາມຕຳແໜ່ງຂອງພາຫະນະໄດ້ຕາມເວລາຕົວຈິງຢູ່ເທິງແຜນທີ່ ແລະ ສາມາດແບ່ງປັນເສັ້ນທາງຂອງເຂົາເຈົ້າກັບໝູ່ເພື່ອນ ຫຼື ຄອບຄົວໄດ້. ນອກຈາກນັ້ນ, ແອັບພລິເຄຊັນຍັງມີການບໍລິການສະໜັບສະໜຸນເພື່ອຊ່ວຍເຫຼືອແກ້ໄຂບັນຫາທີ່ບໍ່ໄດ້ຄາດຄິດ ແລະ ຜູ້ໃຊ້ຍັງສາມາດເຂົ້າໄປຫ້ອງການເພື່ອແກ້ໄຂບັນຫາຕ່າງໆໄດ້ໂດຍກົງອີກດ້ວຍ.
Maxim ມອບໃຫ້ເວລາການເຮັດວຽກທີ່ຍືດຫຍຸ່ນແກ່ຄົນຂັບ ແລະ ບໍ່ໄດ້ຄິດຄ່າທຳນຽມສຳຫຼັບອໍເດີ້ທີ່ດຳເນີນການສຳເລັດ, ເຊິ່ງເຮັດໃຫ້ພວກເຂົາຍັງຄົງໄດ້ຮັບລາຍໄດ້ທັງໝົດ. ແຕ່ຂໍ້ສະເໜີນີ້ແມ່ນມີໄລຍະເວລາທີ່ຈຳກັດ, ເຊິ່ງກໍເພື່ອຊຸກຍູ້ໃຫ້ຄົນຂັບໄດ້ໃຊ້ປະໂຫຍດຈາກໂອກາດນີ້. ຄົນຂັບສາມາດເບິ່ງອໍເດີ້ທີ່ມີຢູ່ຕາມເຂດຕົວເມືອງຕ່າງໆ, ລວມທັງລາຄາ ແລະ ເສັ້ນທາງໃນການເດີນທາງແຕ່ລະຄັ້ງໄດ້ຜ່ານແອັບພລິເຄຊັນ Taxsee Driver. ເຊິ່ງສິ່ງນີ້ເຮັດໃຫ້ຄົນຂັບສາມາດເລືອກອໍເດີ້ທີ່ຢູ່ໃກ້ທີ່ສຸດ ຫຼື ອໍເດີ້ທີ່ໄດ້ກຳໄລຫຼາຍທີ່ສຸດໄດ້, ທັງເປັນການຊ່ວຍປະຢັດນ້ຳມັນໂດຍການຫຼຸດຜ່ອນການຂັບຂີ່ທີ່ບໍ່ຈຳເປັນອີກດ້ວຍ.
“ເປົ້າໝາຍຂອງພວກເຮົາແມ່ນເພື່ອຍົກລະດັບການເດີນທາງຂອງບຸກຄົນ ແລະ ປະກອບສ່ວນເຂົ້າໃນການສະໜັບສະໜຸນພັດທະນາພື້ນຖານໂຄງລ່າງການຄົມມະນາຄົມຂົນສົ່ງຂອງພາກພື້ນ. ພວກເຮົາໝັ້ນໃຈວ່າການບໍລິການຂອງພວກເຮົາຈະຊ່ວຍປັບປຸງຊີວິດປະຈຳວັນຂອງຜູ້ຢູ່ອາໄສຢ່າງຫຼວງຫຼາຍໂດຍການສະໜອງທາງເລືອກໃນການຂົນສົ່ງໂດຍສານທີ່ສະດວກສະບາຍ ແລະ ມີລາຄາທີ່ຈັບຕ້ອງໄດ້. ໃນຖານະແບຣນທີ່ມີຊື່ສຽງເຊິ່ງດຳເນີນການໃນ 7 ປະເທດອາຊີຕາເວັນອອກສຽງໃຕ້, ພວກເຮົາມີຄວາມພ້ອມທີ່ຈະຕອບສະຫນອງຄວາມຕ້ອງການການບໍລິການຂອງພວກເຮົາທີ່ເພີ່ມຂຶ້ນໃນລາວ" ສົມຊື່ນ ໂຊກໄຊ, CEO ຂອງ ແມັກຊິມ ລາວ ກ່າວ.