ບໍລິການໂດຍສານຂົນສົ່ງດ່ວນດ້ວຍລົດຈັກຈາກ Maxim ເປີດໃຫ້ບໍລິການແລ້ວໃນ ສປປ ລາວ

ບໍລິການໂດຍສານຂົນສົ່ງດ່ວນດ້ວຍລົດຈັກຈາກ Maxim ເປີດໃຫ້ບໍລິການແລ້ວໃນ ສປປ ລາວ

Maxim ແອັບເອີ້ນລົດ ແລະ ຈັດສົ່ງສິນຄ້າ ໄດ້ເປີດໂຕບໍລິການໃໝ່ກັບອັດຕາ Moto ສຳລັບລົດຈັກໃນນະຄອນຫຼວງວຽງຈັນແລ້ວ. ເຊິ່ງບໍລິການນີ້ເປັນອີກທາງເລືອກທີ່ສະດວກສະບາຍໃນການເດີນທາງພາຍໃນບໍລິເວນຕົວເມືອງ, ເພາະມັນບໍ່ພຽງແຕ່ໄວ ແລະ ລາຄາຖືກເທົ່ານັ້ນ, ແຕ່ຫາກຍັງຊ່ວຍຫຼີກລ້ຽງການສັນຈອນທີ່ແອອັດໄດ້ເປັນຢ່າງດີອີກດ້ວຍ. ໃນປັດຈຸບັນ, ທັງຄົນທ້ອງຖິ່ນ ແລະ ນັກທ່ອງທ່ຽວຕ່າງປະເທດໃນນະຄອນຫຼວງວຽງຈັນກໍແມ່ນສາມາດນຳໃຊ້ບໍລິການນີ້ໄດ້ຢ່າງງ່າຍດາຍ.

ລົດຈັກຮັບສົ່ງແມ່ນເປັນທີ່ນິຍົມໃນພາກພື້ນອາຊີຕາເວັນອອກສຽງໃຕ້ມາດົນແລ້ວ ແລະ ປັດຈຸບັນກໍໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວໃນນະຄອນຫຼວງວຽງຈັນ, ເຊິ່ງເປັນໜຶ່ງໃນເມືອງທີ່ໃຫຍ່ທີ່ສຸດຂອງ ສປປ ລາວ. ບໍລິການນີ້ແມ່ນໄດ້ຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍ, ຍ້ອນມີລາຄາທີ່ເຂົ້າເຖິງໄດ້, ຊ່ວຍໃຫ້ຜູ້ໂດຍສານໄປຮອດຈຸດໝາຍປາຍທາງໄດ້ໄວ ແລະ ຊ່ວຍຫຼີກລ້ຽງການສັນຈອນທີ່ຕິດຂັດໄດ້. ເຊິ່ງແມ່ນສະດວກເປັນພິເສດສຳລັບຜູ້ທີ່ຕ້ອງການເດີນທາງໃນໄລຍະທາງສັ້ນໆພາຍໃນຕົວເມືອງເປັນປະຈຳ.

Maxim ແມ່ນໃຫ້ຄວາມສຳຄັນກັບຄວາມສະດວກສະບາຍ ແລະ ຄວາມປອດໄພຂອງຜູ້ໂດຍສານເປັນອັນດັບທຳອິດຢູ່ສະເໝີ. ດັ່ງນັ້ນ, ຄົນຂັບທຸກຄົນຈຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການຢັ້ງຢືນ ແລະ ຕ້ອງນຳໃຊ້ແອັບພິເສດ, ໂດຍໃນຂະນະດຽວກັນຜູ້ໂດຍສານກໍຍັງສາມາດຕິດຕາມການເດີນທາງຂອງຕົນໄດ້ແບບ Real-time ພາຍໃນແອັບ Maxim ອີກດ້ວຍ. ນອກຈາກນີ້, ຖ້າຫາກຈຳເປັນ ຜູ້ໂດຍສານກໍຍັງສາມາດແບ່ງປັນລາຍລະອຽດການເດີນທາງໃຫ້ກັບໝູ່ເພື່ອນ ແລະ ຄອບຄົວຂອງຕົນໄດ້ອີກ.

ທ່ານ ນາງ ສົມຊື່ນ ໂຊກໄຊ, ປະທານຜູ້ບໍລິຫານບໍລິສັດ Maxim Laos, ໄດ້ກ່າວວ່າ: "ບໍລິການໃໝ່ນີ້ບໍ່ພຽງແຕ່ສະດວກຕໍ່ຜູ້ໂດຍສານເທົ່ານັ້ນ, ແຕ່ຫາກຍັງເປັນໂອກາດທີ່ດີໃຫ້ຄົນຂັບສາມາດສ້າງລາຍໄດ້ເສີມອີກດ້ວຍ. ໂດຍວິທີການເຂົ້າຮ່ວມກໍແມ່ນງ່າຍດາຍຫຼາຍ, ພຽງແຕ່ຕ້ອງມີລົດຈັກພ້ອມເອກະສານ, ສະມາດໂຟນ ແລະ ບັດປະຈຳຕົວເທົ່ານັ້ນ. ສຳລັບຄົນຂັບໃໝ່, ທາງ Maxim ກໍຈະໃຫ້ຄຳແນະນຳຢ່າງລະອຽດ ແລະ ມອບການຊ່ວຍເຫຼືອທາງດ້ານເຕັກນິກເປັນພາສາລາວອີກດ້ວຍ."

ທ່ານສາມາດເລີ່ມໃຊ້ບໍລິການໃໝ່ນີ້ໄດ້ແລ້ວໃນແອັບ Maxim — ເອີ້ນລົດ ແລະ ຈັດສົ່ງສິນຄ້າ, ໂດຍລາຄາເລີ່ມຕົ້ນພຽງແຕ່ 10,000 ກີບເທົ່ານັ້ນ. ແອັບນີ້ຊ່ວຍໃຫ້ຜູ້ໃຊ້ສາມາດເລືອກຈຸດຮັບ ຫຼື ຈຸດສົ່ງໄດ້ໃນແຜນທີ່ຕາມສະດວກ, ໂດຍສາມາດເບິ່ງລາຄາການເດີນທາງ ແລະ ຕິດຕາມຄົນຂັບໄດ້ແບບ Real-time.