事件
ແອັບ Maxim: ຊ່ວຍແກ້ໄຂບັນຫາການເດິີນທາງຂອງທ່ານດ້ວຍບໍລິການທີ່ຄຸ້ມຄ່າ ແລະ ເຊື່ອຖືໄດ້
ປັດຈຸບັນນີ້ຢູ່ໃນຍຸກທີ່ໂລກມີການປ່ຽນແປງຢ່າງວ່ອງໄວ, ການຊອກຫາການຂົນສົ່ງໂດຍສານທີ່ຄຸ້ມຄ້າແລະ ເຊື່ອຖືໄດ້ແມ່ນຫາໄດ້ຍາກຫຼາຍ. ຈາກບັນຫາດັ່ງກ່າວຈຶ່ງເປັນທີ່ມາຂອງແອັບ Maxim ບໍ່ວ່າທ່ານຈະເດີນທາງໄປບ່ອນເຮັດວຽກ, ອອກໄປເຮັດກິດຈະກຳຕ່າງໆ ຫຼື ຈັດສົ່ງສິນຄ້າ. Maxim ໃຫ້ບໍລິການລົດໂດຍສານ ແລະ ການຈັດສົ່ງສິນຄ້າໃນລາຄາທີ່ປະຢັດກວ່າ. ມາເບິ່ງກັນວ່າແອັບນີ້ສາມາດເຮັດໃຫ້ຊີວິດປະຈຳວັນຂອງທ່ານງ່າຍຂຶ້ນໄດ້ແນວໃດ.
Maxim ເຂົ້າສູ່ຕະຫຼາດການຂົນສົ່ງໂດຍສານໃນປະເທດລາວດ້ວຍຄ່າໂດຍສານເລີ່ມຕົ້ນທີ່ 10000 ກີບ
Maxim ການບໍລິການຂົນສົ່ງໂດຍສານ ແລະ ຈັດສົ່ງສິນຄ້າທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນລາວແລ້ວ. ການດຳເນີນການຄັ້ງນີ້ກໍເພື່ອແນໃສ່ການຍົກລະດັບພື້ນຖານໂຄງລ່າງການຄົມມະນາຄົມຂົນສົ່ງພາຍໃນຕົວເມືອງ, ເພີ່ມທະວີການເຄື່ອນໄຫວຂອງທັງຜູ້ຢູ່ອາໄສ ແລະ ນັກທ່ອງທ່ຽວ ໂດຍສະເໜີທາງເລືອກໃນການເດີນທາງດ້ວຍລາຄາທີ່ຈັບຕ້ອງໄດ້. ໂດຍປະຈຸບັນການບໍລິການດັ່ງກ່າວນີ້ມີໃຫ້ບໍລິການຢູ່ໃນຫຼາຍເມືອງທີ່ສຳຄັນເຊັ່ນ: ສະຫວັນນະເຂດ, ຈໍາປາສັກ, ຫຼວງພະບາງ, ບໍລິຄຳໄຊ, ຄຳມ່ວນ ແລະ ວັງວຽງ.