ຮຽນຮູ້ເພີ່ມເຕີມກ່ຽວກັບຜົນປະໂຫຍດຂອງການເຮັດວຽກເປັນຜູ້ຂັບຂີ່

  • ເປັນຫຍັງຕ້ອງຮ່ວມມືນຳການບໍລິການ?
    ໃນປີ 2003, ການບໍລິການໄດ້ຖືກສ້າງຕັ້ງຂຶ້ນ ເພື່ອແນໃສ່ການປັບປຸງການພົວພັນ ລະຫວ່າງ ຜູ້ຂັບຂີ່ ແລະ ຜູ້ໂດຍສານ. ໃນການປະຕິບັດນີ້ ໝາຍຄວາມວ່າ ພວກເຮົາສຸມໃສ່ຜົນປະໂຫຍດຂອງຜູ້ໃຊ້. ອີງໃສ່ການຕັດສິນໃຈຂອງພວກເຮົາເອງ ແລະ ການວິເຄາະຕະຫຼາດການຂົນສົ່ງ, ພວກເຮົາສະເໜີເງື່ອນໄຂການເຮັດວຽກທີ່ເອື້ອອໍານວຍ. ພວກເຮົາໃຫ້ຄຸນຄ່າການເຮັດວຽກຂອງຜູ້ຂັບຂີ່ ແລະ ພັດທະນາການບໍລິການຕາມຜົນປະໂຫຍດຂອງພວກເຂົາ.
  • ຂ້າພະເຈົ້າສາມາດເລີ່ມສ້າງລາຍໄດ້ແນວໃດ?
    ທ່ານຈຳເປັນຕ້ອງມີພາຫະນະ ທີ່ມີສະພາບດີ ແລະ ໂທລະສັບທີ່ມີອິນເຕີເນັດ. ທ່ານສາມາດຂຽນໃບສະໝັກໃນເວັບໄຊຂອງເຮົາ ໂດຍໃຊ້ເວລາໜ້ອຍດຽວ, ຖ້າທ່ານມີຄຳຖາມ - ສາມາດຂຽນຫາແອັດມິນໄດ້ໃນ ພາກສ່ວນ "ຕິດຕໍ່".
  • ເງື່ອນໄຂການຮ່ວມມືເປັນແນວໃດ?
    ພວກເຮົາຍິນດີປະຕິບັດຕາມກົດໝາຍ ລວມເຖິງ ກົດໝາຍຈະລາຈອນ. ເຮົາຂໍແນະນຳໃຫ້ ທ່ານ ບຳລຸງຮັກສາລົດຂອງທ່ານ ຢູ່ໃນສະພາບດີ, ຮັກສາຄວາມສະອາດພາຍໃນຫ້ອງໂດຍສານ ແລະ ເຕີມນ້ຳມັນໃຫ້ທັນເວລາ. ທ່ານຕ້ອງສຸພາບ, ປະພຶດຕົນຢ່າງເໝາະສົມ ແລະ ຮຽນຮູ້ວິທີຫຼີກລ້ຽງຂໍ້ຂັດແຍ່ງ. ທ່ານສາມາດປ້ອງກັນຂໍ້ຜິດຖຽງກັນໄດ້. ຕົວຢ່າງ, ທ່ານຄວນມີເງິນທອນສຳຮອງໄວ້ ແລະ ເຕືອນຜູ້ໂດຍສານບໍ່ໃຫ້ລືມສິ່ງຂອງເມື່ອສຳເລັດການເດີນທາງແລ້ວ. ທ່ານຄວນກຽມພ້ອມຮັບມືທຸກສະຖານະການ.
  • ຄົນຂັບໃຊ້ແອັບໃດແນ່?
    ແອັບເອີ້ນວ່າ Taxsee Driver ແລະ ມີໃຫ້ບໍລິການໃນ Google Play ແລະ App Store. ມີຜູ້ໃຊ້ດາວໂຫຼດແລ້ວຫຼາຍກວ່າ 3 ລ້ານຄັ້ງໃນ Android. ທ່ານສາມາດຊອກຫາ ແອັບ Taxsee Driver ຜ່ານການຄົ້ນຫາຕາມຊື່.
  • ຂ້າພະເຈົ້າຈະສາມາດຮັບອໍເດີ້ແນວໃດ?
    ອໍເດີ້ທັງໝົດ ແມ່ນເຫັນໄດ້ໃນແອັບພລິເຄຊັນໃນບັນຊີລາຍຊື່ທົ່ວໄປ, ເຊິ່ງໄດ້ແບ່ງອອກເປັນແຕ່ລະປະເພດ. ທ່ານສາມາດເບິ່ງອໍເດີ້ແຍກຕ່າງຫາກຕາມພາຍໃນເມືອງ ຫຼື ລະຫວ່າງເມືອງ. ທ່ານ​ສາ​ມາດ​ເລືອກ​ເອົາ​ທີ່​ໃກ້​ທີ່​ສຸດ​ ຫຼື​ ເບື້ອງ​ຕົ້ນ​ທີ່​ມີ​ກໍາ​ນົດ​ເວ​ລາ​ສະ​ເພາະ​. ທ່ານຕ້ອງສົ່ງຄໍາຮ້ອງຂໍສໍາລັບອໍເດີ້ ຈາກບັນຊີລາຍຊື່. ສະດວກໃນການນໍາໃຊ້ການມອບໝາຍອັດຕະໂນມັດ. ໃນກໍລະນີນີ້, ບໍ່ຈໍາເປັນທີ່ຈະເບິ່ງຜ່ານບັນຊີລາຍຊື່ຍາວ, ພຽງພໍທີ່ຈະຍອມຮັບອໍເດີ້ທີ່ຈະສະເໜີຕາມເງື່ອນໄຂທີ່ໄດ້ກໍານົດໄວ້.
  • ຂ້ອຍສາມາດຮັບຜູ້ໂດຍສານຕາມເວລາທີ່ຕ້ອງການໄດ້ບໍ?
    ເຈົ້າ. ບາງຄົນສະດວກຮັບອໍເດີ້ໃນຊົ່ວໂມງຮີບດ່ວນ, ແຕ່ບາງຄົນມັກເຮັດວຽກໃນເວລາກາງຄືນ. ທ່ານສາມາດຮັບຜູ້ໂດຍສານໃນລະຫວ່າງທາງໄປເຮັດວຽກ ຫຼື ບ່ອນອື່ນ. ວາງແຜນວຽກຂອງທ່ານ ແລະ ພັກຜ່ອນຢ່າງອິດສະລະ. ການພັກຜ່ອນຖືເປັນຄວາມສຳຄັນສຳລັບຄວາມປອດໄພສ່ວນຕົວ ແລະ ຮັກສາການບໍລິການທີ່ມີຄຸນນະພາບ.
  • ຄ່າໂດຍສານຄິດໄລ່ແນວໃດ?
    ລາຄາຄ່າການເດີນທາງຄຳນວນຈາກການຕັ້ງຄ່າຕ່າງໆເຊັ່ນ: ຄ່ານ້ຳມັນ, ຄ່າສ້ອມແປງ, ປະກັນໄພ ແລະ ການບຳລຸງຮັກສາລົດ. ນອກຈາກນີ້ຍັງຂຶ້ນຢູ່ກັບ ການສະໜອງ ແລະ ຄວາມຕ້ອງການ, ການແຂ່ງຂັນ ແລະ ອັດຕາການຂົນສົ່ງໃນແຕ່ລະເມືອງ. ການບໍລິການພະຍາຍາມຮັກສາຄວາມສົມດຸນຂອງຜົນປະໂຫຍດຂອງຜູ້ເຂົ້າຮ່ວມທັງໝົດ.
  • ຂ້າພະເຈົ້າຈະສາມາດເພີ້ມລາຍຮັບແນວໃດ?
    ສ້າງລາຍຮັບ, ຕໍ່ໃຫ້ສະພາບອາກາດຈະບໍ່ດີ, ໃນວັນບຸນເທດສະການ. ຊົ່ວໂມງຮີບດ່ວນໃນຕອນເຊົ້າ ແລະ ຕອນແລງ - ຈະສາມາດເພີ່ມລາຍໄດ້ໃຫ້ທ່ານໄດ້ຄືກັນ ເຊັ່ນ: ທຸກຄົນຕ້ອງການລົດໃຫ້ທັນເວລາ ແລະ ທ່ານອາດຈະໄດ້ຮັບເງິນທິບ ເມື່ອລູກຄ້າພໍໃຈ. ບໍລິການລູກຄ້າໃຫ້ເຕັມທີ່, ທ່ານຈະໄດ້ຮັບຄະແນນດີໆ ແລະ ເປັນໜຶ່ງໃນຄົນຂັບຕົ້ນໆ ທີ່ຮັບອໍເດີ້ໃນເວລາແຈກຢາຍ. ການຕິດໂຄສະນາການບໍລິການຢູ່ພາຫະນະຂອງທ່ານ ຈະຊ່ວຍໃຫ້ທ່ານໄດ້ຮັບບຸລິມະສິດ ໃນເວລາການແຈກຢາຍອໍເດີ້.
  • ວິທີຄຳນວນຄ່າທໍານຽມຕໍ່ອໍເດີ້?
    ຈໍານວນຄ່າທໍານຽມຂຶ້ນກັບຂົງເຂດ, ໂປຣໂມຊັນຂອງການບໍລິການທີ່ຈັດຂຶ້ນໃນສາຂາຕ່າງໆ ແລະ ເງື່ອນໄຂໃນການຮ່ວມມື. ຖ້າຫາກວ່າ ທ່ານປະຕິບັດຕາມเງື່ອນໄຂ ທ່ານຈະໄດ້ຮັບເປີເຊັນຂັ້ນຕໍ່າ. ທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມ ກ່ຽວກັນໄປຣໂມຊັນ ແລະ ຂອບເຂດທີ່ມີຜົນຕໍ່ຄ່າທໍານຽມໄດ້ໃນແອັບສຳລັບຄົນຂັບ Taxsee Driver ຫຼື ຕິດຕໍ່ພະນັກງານຜ່ານ "ຂຽນຫາແອັດມິນ" ໃນພາກສ່ວນ "ຕິດຕໍ່" ໃນເວັບໄຊ https://taximaxim.com/.