ສຳຜັດກັບປະສົບການທີ່ໜ້າອັດສະຈັນຂອງລາວ: ການເດີນທາງທີ່ຄຸ້ມຄາລໍຖ້າທ່ານຢູ່

ສຳຜັດກັບປະສົບການທີ່ໜ້າອັດສະຈັນຂອງລາວ: ການເດີນທາງທີ່ຄຸ້ມຄາລໍຖ້າທ່ານຢູ່

ປະເທດລາວ ເປັນອັນຍະມະນີທີ່ຢູ່ໃນອາຊີຕາເວັນອອກສຽງໃຕ້. ເປັນດິນແດນທີ່ມີພູມສັນຖານທີ່ງົດງາມ, ວັດວາອາຮາມບູຮານ ແລະ ປະຊາຊົນທີ່ມີແຕ່ຮອຍຍີ້ມ. ເມື່ອທ່ານເລີ່ມຕົ້ນການເດີນທາງເພື່ອສຳຜັດປະເທດທີ່ມີມົນສະເໜ່ແຫ່ງນີ້ ໃຫ້ແອັບເອີ້ນລົດ Maxim ເປັນເພື່ອນຄູ່ໃຈ. ແອັບຂອງພວກເຮົາຖືກອອກແບບມາເພື່ອເຮັດໃຫ້ປະສົບການການເດີນທາງຂອງທ່ານຢູ່ລາວໄດ້ຮັບຄວາມສະດວກສະບາຍ ແລະ ລາຄາທີ່ປະຢັດ.

ເປັນຫຍັງຕ້ອງເລືອກແອັບຂອງພວກເຮົາ

• ລາຄາປະຢັດ: ບອກລາຄ່າໂດຍສານທີ່ແພງເກີນຄວາມເປັນຈິງ ແອັບຂອງພວກເຮົາໃຫ້ລາຄາທີ່ປະຢັດກວ່າຮັບປະກັນວ່າທ່ານຈະໄດ້ລາຄາຄ່າເດີນທາງທີ່ປະຢັດທີ່ສຸດ.

• ສະດວກສະບາຍ: ຈອງການເດີນທາງພຽງແຕ່ແຕະສອງສາມຄັ້ງ ເປັນແອັບທີ່ໃຊ້ງານງ່າຍຂັ້ນຕອນການຈອງບໍ່ຫຍຸ້ງຍາກ ແລະ ປະຢັດເວລາ.

• ມີຄວາມໜ້າເຊື່ອຖື: ພວກເຮົາມີຄູ່ຮ່ວມງານທີ່ເປັນຄົນຂັບລົດທີ່ມີປະສົບການທີ່ມີຄວາມມຸ່ງໝັ້ນທີ່ຈະໃຫ້ບໍລິການທີ່ເຊື່ອຖືໄດ້ ແລະ ກົງຕໍ່ເວລາ. ທ່ານສາມາດຕິດຕາມຕຳແໜ່ງຂອງຄົນຂັບລົດຂອງທ່ານໄດ້ຕະຫຼອດເວລາໝັ້ນໃຈກັບການເດີນທາງໂດຍບໍ່ຕ້ອງກັງວົນ.

• ຄວາມປອດໄພ: ຄວາມປອດໄພຂອງທ່ານແມ່ນສິ່ງສຳຄັນທີ່ສຸດຂອງເຮົາ. ຄົນຂັບລົດຂອງພວກເຮົາຜ່ານການກວດສອບຢ່າງເຄັ່ງຄັດ ແລະ ການຝຶກອົບຮົມເພື່ອຮັບປະກັນການຂັບຂີ່ທີ່ປອດໄພ ແລະ ສະດວກສະບາຍ.

• ຄວາມເຂົ້າໃຈໃນທ້ອງຖິ່ນ: ແອັບຂອງພວກເຮົາເຊື່ອມຕໍ່ລະຫວ່າງທ່ານກັບຄົນຂັບລົດໃນທ້ອງຖິ່ນທີ່ສາມາດໃຫ້ຄວາມເຂົ້າໃຈ ແລະ ຄຳແນະນຳທີ່ເໝາະສົມ ເພີ່ມປະສົບການການເດີນທາງຂອງທ່ານ.

ສຳຫຼວດປະເທດລາວດ້ວຍຄວາມສະດວກສະບາຍ

ບໍ່ວ່າທ່ານຈະໄປສຳຫຼວດຖະໜົນທີ່ຄຶກຄື້ນຂອງນະຄອນຫຼວງວຽງຈັນ, ວັດບູຮານທີ່ມະຫັດສະຈັນຂອງເມືອງຫຼວງພະບາງ ຫຼື ຍ່າງຜ່ານທິວທັດທີ່ສວຍງາມຂອງວັງວຽງ ແອັບຂອງພວກເຮົາເປັນຄູ່ຮ່ວມທາງທີ່ດີຂອງທ່ານ.

• ທ່ຽວໃນເມືອງ: ທ່ອງທ່ຽວໃນຕົວເມືອງດ້ວຍຄວາມສະດວກສະບາຍ. ແອັບຂອງພວກເຮົາຊ່ວຍໃຫ້ທ່ານຊອກຫາເສັ້ນທາງທີ່ດີທີ່ສຸດຫຼີກເວັ້ນຄວາມແອອັດຂອງການຈະລາຈອນ ແລະ ສຳຜັດສິ່ງທີ່ຕື່ນຕາຕື່ນໃຈທີ່ຊອນຢູ່ໃນຕົວເມືອງ.

• ໄປພື້ນທີ່ຫ່າງໄກ: ອອກເດີນທາງໄປໃນເຂດຊົນນະບົດທີ່ງຽບສະຫງົບ ແລະ ຊື່ນຊົມກັບຄວາມງົດງາມຂອງທໍາມະຊາດ. ແອັບຂອງພວກເຮົາເຊື່ອມຕໍ່ທ່ານກັບຄົນຂັບລົດໃນທ້ອງຖິ່ນທີ່ຮູ້ເສັ້ນທາງທີ່ດີທີ່ສຸດເພື່ອນຳພາໄປບ້ານທີ່ຫ່າງໄກ ແລະ ພູມສັນຖານທີ່ໜ້າຕື່ນຕາຕື່ນໃຈ.

• ປະສົບການດ້ານວັດທະນະທໍາ: ເຈາະເລິກເຖິງວັດທະນະທໍາທີອຸດົມສົມບູນ ແລະ ປະເພນີອັນດີງາມຂອງຊາດລາວ. ແອັບຂອງພວກເຮົາສາມາດຊ່ວຍໃຫ້ທ່ານຊອກຫາປະສົບການຕາມທ້ອງຖິ່ນທີ່ແທ້ຈິງຕັ້ງແຕ່ຕະຫຼາດພື້ນເມືອງຈົນເຖິງການສະແດງທາງວັດທະນະທໍາ.

ທ່ານພ້ອມບໍທີ່ຈະເລີ່ມຕົ້ນການເດີນທາງເພື່ອສຳພັດກັບວັດທະນະທຳຂອງຄົນລາວ?

ດາວໂຫຼດແອັບແທັກຊີ Maxim ມື້ນີ້ ແລະ ສຳຜັດກັບຄວາມມະຫັດສະຈັນຂອງປະເທດລາວ. ການເດີນທາງໃນລາຄາປະຢັດ ແລະ ສະດວກສະບາຍ ປະສົບການທີ່ບໍ່ມີວັນລືມລໍຖ້າທ່ານຢູ່.

• ດາວໂຫຼດຕອນນີ້ເລີຍ: ດາວໂຫຼດແອັບຂອງພວກເຮົາໃນ App Store ຫຼື Google Play Store.

• ຈອງການເດີນທາງຂອງທ່ານ: ວາງແຜນການເດີນທາງຂອງທ່ານ ແລະ ຈອງການເດີນທາງຂອງທ່ານລ່ວງໜ້າ.

ໃຫ້ພວກເຮົາເປັນຄູ່ຮ່ວມທາງຂອງທ່ານໃນການເດີນທາງສຳຜັດກັບຄວາມມະຫັດສະຈັນຂອງປະເທດລາວ ການເດີນທາງຂອງທ່ານເລີ່ມຕົ້ນຈາກບ່ອນນີ້.